6th ASEF Rectors’ Conference and Students’ Forum (ARC6)


6th ASEF Rectors’ Conference and Students’ Forum (ARC6)

 

  •   ທຶນນີ້ແມ່ນ ຟຣີ ທຸກຢ່າງ.

          ໂຄງການ ASEF Rectors’ Conference and Students’ Forum ຫຼື ARC ແມ່ນສ້າງຕັ້ງຂຶ້ນໃນປີ 2008 ແລະ ເປັນສູນລວມໃຫ້ແກ່ນັກສຶກສາລະຫວ່າງອາຊີ ກັບ ຢູໂຣບ ສໍາລັບຜູ້ທີ່ມີຄວາມສົນໃຈໃນ ລັດຖະສາດ ແລະ ການເມືອງ ໂດຍໂຄງການເອງຈະແບ່ງອອກເປັນ 3 ແບບຫຼັກຄື: ການສຶກສາຂໍ້ເທັດຈິງ, ການຄົ້ນຄວ້າ ແລະ ການສົນທະນາຕ່າງໆ ທີ່ກ່ຽວກັບນະໂຍບາຍ ແລະ ການປະຕິບັດ.
          ແຕ່ຂ້ອຍເອງຈະມາເນັ້ນກ່ຽວກັບ ກອງປະຊຸມ 6th ASEF Rectors’ Conference and students’ Forum (ARC6) ພາຍໃຕ້ຫົວຂໍ້ Future-ready Universities and Graduates: Quality Education Beyond the Horizon ທີ່ຂ້ອຍເອງໄດ້ມີໂອກາດເຂົ້າຮ່ວມໂຄງການໃນວັນທີ 9 ຫາ 12 ເດືອນ 10 ປີ 2017 ສ່ວນວັນທີ 12-13/10/2017 ແມ່ນກອງປະຊຸມ Rectors’ Conference ທີ່່ຈັດຂຶ້ນໃນປະເທດສິງກະໂປ. ເຊິ່ງຈຸດປະສົງຂອງການຈັດຂຶ້ນໃນຄັ້ງນີ້ກໍ່ເພື່ອສຳຫຼວດຄວາມຕ້ອງການຂອງນັກສຶກສາທັງໃນ ອາຊີ ແລະ ຢູໂຣບ ທີ່ກຳລັງຈະຮຽນຈົບໃນມະຫາໄລ ແລະ ເປັນເວທິປຶກສາຫາລືກ່ຽວກັບປະເດັນນະໂຍບາຍການສຶກສາແບບໃຫມ່ ໂດຍຜົນງານທີ່ສຳເລັດສົມບູນ ຈະຖືກນຳສະເໜີໃນ             ກອງປະຊຸມ 6th ASEM Education Ministers’ Meeting (ASEM ME6) ຕໍ່ໄປ.
ໃນເດືອນ ສິງຫາ ປີີ 2017 ເຊິ່ງຂ້ອຍເອງແມ່ນຖືກຄັດເລືອກເຂົ້າຮ່ວມໂຄງການ ARC6 ໂດຍເປັນຕົວແທນຈາກປະເທດລາວ ເຂົ້າຮ່ວມໂຄງການດັ່ງກ່າວທີ່ປະເທດສິງກະໂປ ແລະ ກໍ່ໄດ້ມີໂອກາດໄດ້ແຊປະສົບການຂອງຕົນທັງນອກ ແລະ ໃນມະຫາວິທະຍາໄລ ລວມທັງ ບອກກ່າວກ່ຽວກັບປະເທດ ພາຍໃນກອງປະຊຸມ. ໂຄງການແມ່ນປະກອບມີ 2 ກອງປະຊຸມຄື: ກອງປະຊຸມຂອງນັກສຶກສາ (Students’ forum) ແລະ ກອງປະຊຸມຂອງອະທິການບໍດີຂອງມະຫາວິທະຍາໄລ (Rectors’ Conference) ໂດຍເຊື່ອເຊີນຕົວແທນຫຼາຍກວ່າ 280 ທ່ານ ຈາກ ສະຖາບັນການສຶກສາ, ຕົວແທນຈາກລັດຖະບານ, ນັກທຸລະກິດ ແລະ ອຸດສາຫະກຳ, ນັກສຶກສາ ແລະ ສະມາຄົມໄວໜຸ່ມ ຕະຫຼອດຮອດ NGOs ແລະ IGOs. ເຊິ່ງໂຄງການເພິ່ນໄດ້ຄັດເລືອກເອົາຕົວແທນນັກສຶກສາປະເທດລະຄົນ ຈາກປະເທດກຸ່ມ ອາເຊັມ (ASEM) ໂດຍຄັດເລືອກຕາມ ປະຫວັດການສຶກສາ, ແລະ ຜູ້ທີ່ມີສ່ວນຮ່ວມໃນເລື່ອງນະໂຍບາຍການສຶກສາ. ໂຄງການນີ້ແມ່ນມີຂະໜາດໃຫຍ່ ແລະ ມີທັດສະນະວິໄສທີ່ສູງ (ກວ້າງໄກ) ເຊິ່ງໃນຫົວຂໍ້ຂອງໂຄງການ Future-ready Universities and Graduates: Quality Education Beyond the Horizon ກໍ່ເພື່ອສ້າງຜົນປະໂຫຍດອັນສູງສຸດໃຫ້ທຸກໆຝ່າຍ.
ຫລັງຈາກທີ່ໄດ້ຮັບຄັດເລືອກໃຫ້ເຂົ້າຮ່ວມໂຄງການແລ້ວ ຜຸ້ເຂົ້າຮ່ວມທຸກໆຄົນຕ້ອງກຽມພ້ອມກ່ອນເພື່ອເຂົ້າຮ່ວມໂຄງການເປັນຢ່າງດີ ເປັນໄລຍະເວລາ 6 ອາທິດ ໂດຍ ການສົນທະນາ, ປຶກສາຫາລື ແລະ ສົ່ງງານມອບໝາຍງານ ຜ່ານທາງອອນໄລ ເຊິ່ງກິດຈະກຳການກຽມພ້ອມນີ້ຈະແນະນຳໃຫ້ຜູ້ເຂົ້າຮ່ວມຮູ້ຈັກກ່ຽວກັບ ລະບົບນິເວດການສຶກສາ ອາເຊັມ (The ASEM Education Ecosystem) ແລະ ມຸມມອງຕ່າງໆ ກ່ຽວກັບການສຶກສາທີ່ມີຄຸນນະພາບ (Quality Education). ນອກຈາກນັ້ນພວກເຮົາຍັງສາມາດເຂົ້າເຖິງອຸປະກອນ ແລະ ແຫຼ່ງຂໍ້ມູນທີ່ກ່ຽວຂ້ອງທີ່ສຳຄັນຕ່າງໆ ແລະ ມີການສຳມະນາອອນໄລ ໂດຍ ຜູ້ບັນຍາຍ ແລະ ຄູ່ສົນທະນາລະດັບສູງ ແລະ ຍັງເຮັດວຽກທີ່ຖືກມອບໝາຍໃຫ້ແບບດ່ຽວ ແລະ ແບບກຸ່ມທີ່ສອດຄ່ອງກັບຫົວຂໍ້ຍ່ອຍຂອງໂຄງການ ທັງ 3 ຢ່າງນັ້ນ:
       1. Interdisciplinarity in Education and Research;

       2. Lifelong Learning: Holistic and Global Education;

       3. Access to Quality Education.

           ເຊິ່ງ ການຕິດຕໍ່ສື່ສານກັນກະເປັນພາກສ່ວນທີ່ສຳຄັນຫລາຍໆໃນໄລຍະການຕຽມຕົວນີ້ ແລະ ໄລຍະນີ້ ແມ່ນຊ່ວຍພວກເຮົາທຸກຄົນຫລາຍຢ່າງເພື່ອກຽມພ້ອມສູ່ໂຄງການ ARC6 ແລະ ເພື່ອກຳນົດຜົນລັບ.
ຂໍ້ແນະນໍຳກ່ຽວກັບນະໂຍບາຍການສຶກສາທີ່ພວກເຮົາທຸກຄົນສ້າງຂຶ້ນແມ່ນມີຄວາມສຳຄັນຫລາຍ ເພາະມັນເຮັດໃຫ້ພວກເຮົາໄດ້ມີໂອກາດອອກຄວາມຄິດເຫັນຕ່າງໆໄດ້ຢ່າງເຕັມທີ່ ບໍ່ວ່າຈະເປັນການແຊ ປະສົບການ, ແນວຄວາມຄິດ, ຄໍາແນະນຳ, ແລະ ວິທີການແກ້ໄຂບັນຫາ ຂອງພວກເຮົາ ເພື່ອສົ່ງຕໍ່ໄປຍັງ ມະຫາວິທະຍາໄລ ແລະ ຜູ້ນໍາທາງທຸລະກິດ ເພື່ອພັດທະນານະໂຍບາຍການສຶກສາໃຫ້ດີຂຶ້ນເລື້ອຍໆ ແລະ ກໍ່ເພື່ອໃຫ້ນັກສຶກສາພ້ອມກ້າວອອກຈາກຮົ້ວຂອງມະຫາວິທະຍາໄລຢ່າງແທ້ຈິງ.
ຫຼັງຈາກກອງປະຊຸມທັງສອງໄດ້ສິ້ນສຸດລົງ ຜົນສະຫຼຸບກໍ່ຈະຖືກລວບລວມສົ່ງຕໍ່ໄປສະເໜີກອງປະຊຸມ ອາເຊັມ ຄັ້ງທີ
6.
           ສຳລັບໄລຍະການກະກຽມສະຫລຸບໃຫ້ຫຍໍ້ເທົ່ານີ້ ຖ້າທ່ານຕ້ອງການຢາກຮູ້ເພີ່ມເຕີມແມ່ນສາມາດຖາມມາຍັງທາງ Messenger ໄດ້.
           ຂ້ອຍເອງແມ່ນໄປກ່ອນກອງປະຊຸມສອງມື້ ເພື່ອໄປທ່ຽວພັກຜ່ອນກ່ອນ 555 ໂດຍໄປພັກກັບໝູ່ສິງກະໂປທີ່ຫໍພັກມະວິທະຍາໄລເຕັກໂນໂລຊີນັນຍາງ (NTU) ເຊິ່ງເປັນໝູ່ທີ່ພົບເຫັນກັນຢູ່ໃນໂຄງການ YSEALI Generation: Ecommunity Workshop in Hanoi, Vietnam ໃນ ເດືອນ 8/2017 ໄລເລ່ຍກັບໂຄງການ ARC6 ຫະໆ. ຢູ່ແບບຟຣີໆງານນີ້້ ຊໍ້າບໍ່ໜໍ່າຍັງເສຍສະຫຼະເວລາແນະນຳກ່ຽວກັບມະຫາໄລເພິ່ນຮຽນຢູ່ ແລະ ພາໄປເລາະທ່ຽວ 555++



ຫໍພັກ NTU

                                   
ສູນການຮຽນຮູ້ ທີ່ NTU


ໄດ້ເຂົ້າຟັງງານ TEDxNTU



ຖ່າຍຮູບກັບໝູ່ສິງກະໂປ ແລະ ໄປເລາະຫລາຍໆບ່ອນອີກຮູບຖ່າຍກະຫລາຍເກີນບັນຈຸ 555++

Ø        ບາດນີ້ມາເລີ່ມຮູ້ເລີຍກັນວ່າຢູ່ພາຍໃນກອງປະຊຸມນີ້ເຮັດຫຍັງແນ່:
v ວັນທຳອິດຂອງກອງປະຊຸມ
-                      ຕະຫລອດມື້ທຳອິດ ແມ່ນ ເປັນການ ແຊັກ ອິນ ແລະ ລົງທະບຽນ ເຂົ້າບ່ອນພັກ ຈົນຮອດ 17:00 ແມ່ນ ອອກເດີນທາງໄປ ມະຫາວິທະຍາໄລການບໍລິຫານດ້ານການຈັດການແຫ່ງສິງກະໂປ (SMU) ນໍາທາງໂດຍ ຄະນະເອກອັກຄະລາຣາຊະທູດຂອງ SMU (the SMU Ambassadorial Corps (ASMU) ໃນເວລາ 16:00-17:00, ແລະ ການແນະນຳຕົວສັ້ນໆຂອງມະຫາວິທະຍາໄລເພິ່ນ ແລະ ໂຄງການ ໃນເວລາ 17:30-18:00.
-                     ໄລຍະເວລາ 19:00-21:00 ເປັນຊ່ວງການບອກເລົ່າກ່ຽວກັບການຈະເລີນເຕີບໂຕຂອງການສຶກສາໃນປະເທດສິງກະໂປ ໂດຍທ່ານ Professor Leo TAN, ASEF Governor ແລະຫົວຂໍ້ອື່ນໆທີ່ຫນ້າສົນໃຈຫລາຍ. ຫຼັງຈາກງານຕອນຮັບຈົບລົງ ມັນກໍ່ເຖິງເວລາ (ບໍ່)ກັບຫ້ອງ ເພາະໄປຍ່າງເລາະຫຼິ້ນຕໍ່ 555++.







v ວັນທີ 2 ຂອງກອງປະຊຸມ
-                     ໃນເວລາ 8:30 ຫຼັງອາຫານເຊົ້າ ກໍ່ເຖິງເວລາເດີນທາງໄປ SMU Admin Building ແລະ ເປັນຊ່ວງທີ່ Professor Arnoud De Meyer, President of SMU; Ambassador Karsten Warnecke, Executive Director of ASEF, ບັນຍາຍກ່ຽວກັບ ‘Looking back to look forward- ພາກທຳອິດຫົວຂໍ້ຍ່ອຍ “How education has shaped me and paved my way…”’ ຫຼັງຈາກນັ້ນກໍໄດ້ຖ່າຍຮູບກຸ່ມ ແລະ ລວມຕໍ່ໂດຍຈະມີການສົນທະນາກັນກ່ຽວກັບ Tri-sector Dialogue on Education ໂດຍທ່ານ Bernise Ang, Principal and Methodology Lead at Zeroth Labs; Safi Sabuni; Doctor Bervyn Lee Peng Hui, Associate Dean of Students at SMU: and DR Martina Mettgenberg Lemiere, Head of Insights and Capacity Building at ASIAN Venture Philanthrophy Network (AVPN) ແລະ ໂດຍທ່ານນາງ Leonie Nagarajan ເປັນຜູ້ສຳພາດ ຈຸດປະສົງກໍ່ເພື່ອເຕີມເຕັມແນວຄວາມຄິດໃຫ້ຜູ້ຮັບຟັງບັນລຸການສຶກສາທີ່ມີຄຸນນະພາບໄດ້ສຳເລັດຈາກມຸມມອງ ທຸລະກິດ, ນະໂຍບາຍ, ສັງຄົມ, ແລະ ມະຫາວິທະຍາໄລ.
-                      ຫຼັງຈາກຊ່ວງພັກຜ່ອນ ພວກເຮົາກໍ່ມີການສົນທະນາກັນກ່ຽວກັບ IQ/EQ Chit-Chat ກັບຜູ້ບັນຍາຍ ຫຼື ບອກເລົ່າທາງເວທີ (Panellists)  ຈຸດປະສົງກໍ່ເພື່່ອ ໃຫ້ນັກສຶກສາ ແລະ ຜູ້ບອກເລົ່າ ໄດ້ແລກປ່ຽນຄໍາຄິດເຫັນເຊິ່່ງກັນ ແລະ ກັນ. ໃນເວລາ 12:00 ພວກເຮົາກໍ່ເດີນທາງໄປ ຕຶກອາຄານກົດໝາຍຂອງເອັສເອັມຢູ ແລະ ຫຼັງຈາກອາຫານທ່ຽງ ພວກເຮົາກໍ່ຕໍ່ການພຣີເຊັນກຸ່ມຕາມຫົວຂໍ້ທີ່ຖືກມອບໝາຍໃຫ້ ທີ່ມີການຕອບໂຕ້ກັນຢ່າງດຸເດືອດຂອງແຕ່ລະກຸ່ມ (Rapid Fire Presentation in Plenary) ວຽກກຸ່ມພຣີເຊັນນີ້ແມ່ນຕຽມກັນມາກ່ອນແລ້ວໃນໄລຍະ ກະກຽມ. ຕໍ່ຈາກນັ້ນກໍ່ມາເຖິງຫົວຂໍ້ ‘Borderless Learning & Sharing’ ແຕ່ລະຄົນແມ່ນແຍກຍ້າຍເຂົ້າໄປລວມຕົວກັບກຸ່ມຕົນເອງໃນແຕ່ລະຫ້ອງປະຊຸມຂອງຕົນເອງ ເພື່ອສືບຕໍ່ເຮັດວຽກກຸ່ມໃນຫົວຂໍ້ໃຫມ່ ພ້ອມມີທີ່ປຶກສາໃຫ້. ຫຼັງຈາກການເສັດສິ້ນຂອງວັນທີ 2 ກໍ່ເຖິງເວລາອາຫານຄ່ຳຢູ່ເທິງດາດຟ້າຂອງຕຶກກົດໝາຍເອັສເອັມຢູ ເປັນເຈົ້າພາບໂດຍ Erasmus + Student and Alumni Association (ESAA). ແລະ ນອກນັ້ນພວກເຮົາຍັງໄດ້ຮັບການຕອນຮັບຈາກ ຫລາຍໆທ່ານທີ່ສຳຄັນ.








v ວັນທີ 3 ຂອງກອງປະຊຸມ
-     -  ເວລາ 9:15-10:30 ແຕ່ລະກຸ່ມກໍ່ສືບຕໍ່ວຽກທີ່ຖືກມອບໝາຍໃຫ້.
-     -  ເວລາ 11:00-12:30 ກຳນົດກົດເກນວຽກທີ່ມອບໝາຍໃຫ້ ຈຸດປະສົງກໍ່ເພື່ອສຳຫຼວດ ວິທີການແກ້ໄຂຢ່າງມີປະສິດທິພາບຕໍ່ບັນຫາທີ່ກ່ຽວຂ້ອງກັບການສຶກສາທີ່ມີປະສິດທິພາບ ແລະ ເລີ່ມກຳນົດຂໍ້ສະເໜີກ່ຽວກັບນະໂຍບາຍການສຶກສານັ້ນ
-     -  ຊ່ວງເວລາ 12:00-14:00 ແມ່ນເວລາອາຫານທ່ຽງ ແລະ ການຮຽນຮຸ້ຈາກການແຊເລື່ອງຕ່າງຂອງແຕ່ລະບຸກຄົນ.
-      - ເວລາ 14:00-15:30 ສືບຕໍ່ວຽກທີ່ຖືກມອບໝາຍ
-     -  ເວລາ 16:00-16:30 ແມ່ນເຖິງເວລາການພຣີເຊັນຜົນລັບຂອງແຕ່ລະກຸ່ມ ໂດຍໃນຫ້ອງປະຊຸມກຸ່ມໃຜລາວ.
-     -  ເວລາ 16:30-17:30 ກໍ່ເຖິງເວລາທີ່່ທັງສາມກຸ່ມມາລວມຕົວກັນພ້ອມດ້ວຍຜົນລັບຂອງວຽກມອບໝາຍຕາມແຕ່ລະຫົວຂໍ້- ຂອງກຸ່ມໃຜລາວເພື່ອສະຫຼຸບຜົນເຫຼົ່ານັ້ນນຳສະເໜີໄປ ASEM ME6.
-     -  ເວລາ 19:00-21:00 ແມ່ນເປັນງານແລກປ່ຽນວັດທະນະທຳ ອາຊີ-ຢູໂຣບ ທີ່ແຕ່ລະຄົນນຳສະແດງວັດທະນະທຳຂອງຕົນເອງໃຫ້ແກ່ຄົນອື່ນໄດ້ເບິ່ງໄດ້ຊົມ ເຊັ່ນ: ການເຕັ້ນລຳ, ຮ້ອງເພງ, ແຕ່ງກາຍຊຸດປະເພນີ້ຂອງປະເທດຕົນ ແລະ ອື່່່ນໆທີປະທັບໃຈຫຼາຍ ແລະ ຫຼັງຈາກຈົບງານແຕ່ລະຄົນກໍ່ພາກັນກັບຫ້ອງພັກໃຜລາວ ເພື່ອເອົາແຮງສູ່ຕໍ່ມື້້ຕໍ່ໄປ.





                                                                                                                            
v ວັນທີ 4
-                      ເລີ່ມຕົ້ນວັນດ້ວຍງານເວີກຊອບພາຍໃຕ້ຄວາມຄິດ ‘Thought Workshops’ ເຊິ່ງຂ້ອຍເອງກະໄດ້ເຂົ້າຮ່ວມເວີກຊອບພາຍໃຕ້ຫົວຂໍ້ຍ່ອຍ #1: ໂອກາດ ແລະ ອຸປະສັກໃນການເຄື່ອນຍ້າຍເຂົ້າສູ່ຮົ້ວມະຫາວິທະຍາໄລສຳລັບກຸ່ມຄົນດ້ອຍໂອກາດ (Opportunities and obstacles for mobility of underrepresented groups in Higher Education ງານມອບໝາຍຈາກ Magalie Soenen  ກະຊວງສຶກສາທິການຂອງລັດຖະບານເຟລສມິດຊ໌ ແລະ ສຳນັກການເລຂາທິການການສຶກສາ ASEM 2017-2021. ຢູ່ໃນງານເວີກຊັອບນີ້້ ພວກເຮົາເອງແມ່ນມີກຸ່ມປຶກສາຫາລືກັນ ແລະ ກໍ່ມີໂອກາດໄດ້ແຊແລກປ່ຽນຄວາມຄິດກັບຜູ້ເຂົ້າຮ່ວມຄົນອື່ນໆ. ຂ້ອຍເອງກໍ່ໄດ້ມີໂອກາດແຊແນວຄວາມຄິດຂອງຕົນໃນກອງປະຊຸມນັ້ນ ເພາະກອງປະຊຸມຄວນທີ່ຈະລວມເອົາກຸ່ມຄົນທີ່ບໍ່ໄດ້ຮັບໂອກາດນັ້ນເຂົ້າເພີ່ມເຕີມເພື່ອຟັງແນວຄວາມຄິດຈາກພວກເຂົາໃຫ້ຫລາຍໆຂຶ້ນ ແຕ່ກະມີບາງສ່ວນທີ່ຄັດຄ້ານກ່ຽວກັບເລື່ອງນີ້ ແຕ່ແນວໃດກໍ່ຕາມເລື່ອງນີ້ກໍ່ຖືກນຳເຂົາພິຈາລະນາ ເພາະ ຂ້ອຍເອງ ຂ້ອຍກໍ່ຄິດວ່າຂ້ອຍກໍເປັນໜຶ່ງໃນກຸ່ມທີ່ດ້ອຍໂອກາດນັ້ນ ແລະ ກໍ່ຍັງມີຫລາຍເລື່ອງທີ່ຂັດແຍ້ງກັນ ແຕ່ເຖິງຢ່າງໃດມັນກໍ່ຈົບລົງບໍ່ໄດ້ດີ ເພາະຍັງມີຫລາຍຈຸດທີ່ຍັງຂາດຫາຍໄປ.
-                      ຫຼັງຈາກນັ້ນກໍ່ກອງປະຊຸມຊຸດ 2 ຂອງວັນພາຍໃຕ້ຫົວຂໍ້ ‘Look back to look forward: International Conversations on Quality Education’ ໂດຍຫົວຂໍ້ນີ້ສົນທະນາໂດຍ ກຸ່ມຄົນ 5 ທ່ານ ໃນໄວ 30s, 40s, 50s, 60s, ແລະ 70s ຈາກປະເທດ ຝຣັ່ງ, ສະເປນ, ແລະ ອິນເດຍ ໄດ້ແບ່ງປັນປະສົບການຂອງພວກເຂົາກ່ຽວກັບການສຶກສາໃນຍຸກກ່ອນສົມທຽບກັບປະຈຸບັນ ແລະ ພວກເຮົາເອງກໍ່ໄດ້ມີໂອກາດຖາມພວກເພິ່ນ ແລະ ຄຳຕອບທີ່ໄດ້ແມ່ນປະທັບໃຈຫລາຍ ສະຫຼຸບຄື ເຖິງວ່າເພິ່ນມີອາຍຸຫລາຍກໍ່ຕາມແຕ່ເພິ່ນກໍ່ບໍ່ມີວັນຖິ້ມການສຶກສາໄປໄດ້ ເຊິ່ງ ໂມເດິເຣດເຕີ້ແມ່ນ ຕົວແທນຈາກ ASEF ທີ່ເປັນຄົນ ໄອຣແລນ.



-                         ຫຼັງຈາກອາຫານທ່ຽງແລ້ວ ກໍເຖິງເວລາການເດີນທາງໄປຮຽນຮູ້ໄປ Study Visit ເຊິ່ງນຳທາງໂດຍຕົວແທນຈາກ SMUSA, NTUSU, ແລະ NUSSU. ແຕ່ ຄົນສ່ວນຫລາຍແມ່ນແຍກຍ້າຍກັນໄປກຸ່ມໃຜລາວ ສ່ວນຂ້ອຍເອງແມ່ນມັກຍ່າງທ່ຽວກັບຄົນທ້ອງຖິ່ນຫລາຍກວ່າເພາະເຂົາສາມາດອະທິບາຍກ່ຽວກັບສະຖານທີ່ຕ່າງໆໄດ້ເປັນຢ່າງດີ ແລະ ໜ້າປະທັບໃຈຫລາຍໆ. ສະຖານທີ່ພວກເຮົາໄປຈະມີ: Semakau landfill island, Red dot, the Singapore Philatelic Museum ແລະ ບ່ອນທ່ອງທ່ຽວຈຸດສຳຄັນຕ່າງໆ ຜ່ານການຍ່າງທ່ຽວເຫັນຕຶກອາຄານເກົ່າ ແລະ ໃຫມ່ທີ່ຫນ້າສົນໃຈຫລາຍ. ພວກເຮົາໄດ້ຍ່າງຂ້າມຂົວ Cavenagh ແລະ ຜ່ານໂຮງແຮມທີ່ໂດ່ງດັງ ‘the Famous Fullerton Hotel’, ແລະ ໂຮງແຮມ 5 ດາວ ທັງເປັນອາຄານໄປສະນີທົ່ວໄປ. ແນ່ນອນວ່າ ໄປແລ້ວໄປອີກ ກັບເມິໄລອອນ Merlion ເຊິ່ງເປັນຈຸດທ່ອງທ່ຽວທີ່ໂດ່ງດັງ ແລະ ຍັງເປັນສັນຍາລັກການຕະຫລາດຂອງປະເທດສິງກະໂປອີກດ້ວຍ, ຫໍພິພິດຕະພັນ ອາດໄຊເອິດ (Artscience Musuem) ກະບໍ່ພາດທີ່ຈະໄດ້ຂຶ້ນເບິ່ງ ແລະ ຍ່າງເລາະ ກາເດິນບາຍເດິເບ (Garden by the bay) ນອກນັ້ນກະຍັງໄດ້ຊິມອາຫານຫລາຍແບບ ແບບບໍ່ແຊບ ແລະ ແບບທີ່ແຊບສຳລັບຂ້ອຍ 555++.

      






               

v ມື້ສຸດທ້າຍຂອງກອງປະຊຸມ
-                      ເວລາ 8:30 ຫຼັງອາຫານເຊົ້າ ພວກເຮົາກໍ່ເດີນທາງໄປຮ່ວມກອງປະຊຸມ ງານກໍ່ເປີດຂຶ້ນດ້ວຍຂໍຄວາມຈາກຜູ້ຈັດໂຄງການ ແລະ ຄູ່ຮ່ວມຈັດກອງປະຊຸມ ທີ່ມີຊື່ວ່າ: Arnoud De Meyer; Ambassador Karsten Warnecke; Professor Martine Rahier, Vice-President of the Europen University Association (EUA); and Doctor Choltis Dhirathiti, Executive Director of the Association of the Southeast Asian Nations (ASEAN) University Network (AUN). ເຊິ່ງຂໍ້ຄວາມເປັນປັດໄຈຫຼັກ ຂອງບົດບາດການສຶກສາຂອງສັງຄົມໃນອະນາຄົດ ໂດຍ: Ms Kamini Ramachandran, Director of MoonShadow Stories and The storytelling Centre. ເຊິ່ງລາວເປັນຜູ້ເລົ່າເລື່ອງທີ່ມີຄວາມສາມາດ ແລະ ໃຫ້ໜ້າຈື່ຈຳ ດັ່ງເລື່ອງລາວເລົ່າດັ່ງລຸ່ມນີ້:






-                         ຫຼັງຈາກຖ່າຍຮູບກຸ່ມແລ້ວ ແລະ ເວລາການພັກຜ່ອນ, ໂປຣແກຣມກະສືບຕໍ່ດ້ວຍການສົນທະນາກັນ (Plenary Panel Discussion ປະກອບດ້ວຍ Tri-sector Dialogue on Quality Education) ໂດຍທ່ານ Professor Lily Kong Provost & Lee Kong Chian Chair Professor of Social Science at SMU; Vincent QUAH, Business Development Lead at APJ- Edcuation and Amazon Web Services (AWS); Professor Martina Rahier; Safi Sabuni; and Professor Wang Libing ໂມເດິເຣດເດິ (Moderated by) Leonie Nagarajan. ;ຫຼັງຈາກ ‘Plenary-ARC Framwork and Handover’ ສະຫຼຸບແຜນງານຂອງ ARC ເລີ່ມຕົ້ນການແນະນຳແຜນຮ່າງພື້ນຖານ ແລະ ກ່າວຈຸດປະສົງໂດຍ Nathalie Sajda and Reka Tozsa, ARC6 Project Coordinators in ASEF’s Education Department. ເຊິ່ງ 3 ຄົນທີ່ເປັນຕົວແທນໂຄງການ ARC6 ຈາກປະເທດ ໂຄອາເທຍ, ນິວຊີແລນ, ແລະ ຍີ່ປຸ່ນ ໄດ້ໄປນຳສະເໜີຜົນສຳເລັດຂອງຂໍ້ສະເໜີນະໂຍບາຍການສຶກສາຂອງກອງປະຊຸມຄັ້ງນີ້ໃນກອງປະຊຸມໃຫຍ່ ASEM6 ທີ່ປະເທດເກົາຫຼີ. ໂປຣແກຣມກໍຈົບທ້າຍດ້ວຍການຮັບປະທານອາຫານລໍ້າລາຮ່ວມກັບ ອະທິການບໍດີ, ຜູ້ວາງນະໂບບາຍການສຶກສາ, ຕົວແທນນັກທຸລະກິດ ແລະ ຜູ້ເຂົ້າຮ່ວມກອງປະຊຸມ ເຊິ່ງເລີ່ມສົນທະນາກັນຢ່າງມ່ວນຊື່ນ.
§  ຫຼັງຈາກນັ້ນທຸກຄົນກໍແຍກຍ້າຍກັນອອກເດີນທາງກັບບ້ານເກີດ ສ່ວນບາງຄົນກະໄປທ່ຽວປະເທດອື່ນຕໍ່.

Ø  ຖ້າຫາກໃຜມີຄວາມສົນໃຈໃນໂຄງການແມ່ນຕິດຕາມຕາມລິງນີ້ ເພາະເພິ່ນມີຫລາຍໂຄງການທີ່ແຕກຕ່າງກັນໄປໃນແຕ່ລະປີ 
 => https://asef.org ໂດຍເພິ່ນຈະມີ Facebook; Twitter, ແລະ ສື່ຕ່າງໃຫ້ຕິດຕາມ

       ຂໍຂອບໃຈທຸກໆທ່ານ ແລະ ຖ້າຕິດຕາມເລື່ອງເລົ່າປະສົບການຈາກໂຄງການອື່ນໆຂອງຂ້ອຍໄດ້ອີກ.
ໂຕຂຽນຂ້າງເຖິງນີ້ແມ່ນເປັນພຽງສ່ວນໜື່ງຄ້າວໆທີ່ເລົ່າໃຫ້ຟັງ ຖ້າໃຜມີຄວາມສົນໃຈແມ່ນສາມາດຖາມໄດ້ຕາມ Messenger ແລະ ຈະຕອບກັບໃຫ້ໄວທີ່ສຸດເທົ່າທີ່ຈະສາມາດເຮັດໄດ້.

       ຂໍຂອບໃຈອີກຄັ້ງ ແລະ ຖ້າສະໝັກໂຄງການນີ້ໄດ້ໃນປີ 2019 ໂດຍຈະຈັດຂຶ້ນທີ່ປະເທດ ໂຣມາເນຍ (Bucharest, Romania) ຂໍໃຫ້ທຸກຄົນຈົ່ງໂຊກດີ.
ເພີ່ມເຕີມ:



Comments

Popular posts from this blog

PTT Seeding The Future ASEAN Camp 2017